ຮູ້ບໍ່? ຮ່າງກາຍຂອງເຈົ້າ, ໂຕະ, ໂທລະສັບ — ທຸກຢ່າງເກືອບທັງໝົດແມ່ນຄວາມວ່າງເປົ່າ!
ອະຕອມ ວ່າງແທ້ໆ
ອະຕອມມີ ນິວເຄຼຍ ນ້ອຍໆຢູ່ກາງ ແລະ ເອເລັກຕຣອນຢູ່ອ້ອມຮອບ. ຖ້າຂະຫຍາຍອະຕອມໃຫ້ໃຫຍ່ເທົ່າສະໜາມກິລາ ນິວເຄຼຍຈະນ້ອຍເທົ່າເມັດຖົ່ວຢູ່ກາງສະໜາມ — ສ່ວນທີ່ເຫຼືອເກືອບທັງໝົດແມ່ນບ່ອນວ່າງ.
ມະນຸດທັງໂລກ ໃນກ້ອນນ້ຳຕານ
ຖ້າບີບບ່ອນວ່າງໃນອະຕອມຂອງມະນຸດທຸກຄົນໃນໂລກອອກໝົດ ມວນສານທັງໝົດຈະນ້ອຍປະມານ ກ້ອນນ້ຳຕານກ້ອນດຽວ — ແຕ່ຍັງໜັກຫຼາຍຮ້ອຍລ້ານໂຕນ.
ດາວນິວຕຣອນ: ທຳມະຊາດເຮັດແທ້
ໃນອາວະກາດ ມີສິ່ງທີ່ບີບອະຕອມແບບນັ້ນແທ້ໆ ຄື ດາວນິວຕຣອນ. ມັນມີມວນຫຼາຍກວ່າດວງອາທິດ ແຕ່ກວ້າງພຽງປະມານ 20 ກິໂລແມັດ. ສານຂອງມັນ 1 ບ່ວງຊາ ໜັກປະມານ 1 ພັນລ້ານໂຕນ!
ສະຫຼຸບ
- ອະຕອມເກືອບທັງໝົດແມ່ນບ່ອນວ່າງ
- ນິວເຄຼຍນ້ອຍຫຼາຍ ແຕ່ມີມວນເກືອບທັງໝົດ
- ມະນຸດທັງໂລກ ບີບແລ້ວເທົ່າກ້ອນນ້ຳຕານ
- ດາວນິວຕຣອນ ~20 ກມ · 1 ບ່ວງຊາ ~1 ພັນລ້ານໂຕນ
🎬 ເບິ່ງຄລິບ: YouTube · TikTok @passiton2026 · Facebook
